
======================================================================
ໄຟລ໌ອ່ານກ່ອນ (ReadMe) ຂອງ LibreOffice 26.2
======================================================================


ສຳລັບການອັບເດດຫຼ້າສຸດຂອງໄຟລ໌ອ່ານກ່ອນນີ້, ເບິ່ງໄດ້ທີ່ https://git.libreoffice.org/core/tree/master/README.md

ໄຟລ໌ນີ້ປະກອບດ້ວຍຂໍ້ມູນທີ່ສຳຄັນກ່ຽວກັບຊອບແວ LibreOffice. ທ່ານຄວນອ່ານຂໍ້ມູນນີ້ຢ່າງລະອຽດກ່ອນເລີ່ມການຕິດຕັ້ງ.

ຊຸມຊົນ LibreOffice ເປັນຜູ້ຮັບຜິດຊອບໃນການພັດທະນາຜະລິດຕະພັນນີ້ ແລະ ຂໍເຊີນຊວນທ່ານເຂົ້າຮ່ວມເປັນສ່ວນໜຶ່ງຂອງຊຸມຊົນ. ຖ້າທ່ານເປັນຜູ້ໃຊ້ໃໝ່, ທ່ານສາມາດເຂົ້າເບິ່ງເວັບໄຊ LibreOffice ເຊິ່ງທ່ານຈະໄດ້ພົບກັບຂໍ້ມູນຫຼາກຫຼາຍກ່ຽວກັບໂຄງການ LibreOffice ແລະ ຊຸມຊົນທີ່ກ່ຽວຂ້ອງ ໄດ້ທີ່ https://www.libreoffice.org/.

ແມ່ນ LibreOffice ຟຣີແທ້ໆສຳລັບຜູ້ໃຊ້ທຸກຄົນບໍ່?
----------------------------------------------------------------------

LibreOffice ແມ່ນຟຣີສຳລັບທຸກຄົນ. ທ່ານສາມາດນຳເອົາຊຸດຊອບແວ LibreOffice ນີ້ໄປຕິດຕັ້ງໃສ່ຄອມພິວເຕີຈັກເຄື່ອງກໍໄດ້ຕາມທີ່ຕ້ອງການ ແລະ ນຳໃຊ້ເພື່ອຈຸດປະສົງໃດກໍໄດ້ (ລວມທັງການນຳໃຊ້ໃນທາງທຸລະກິດ, ວຽກງານລັດຖະບານ, ການບໍລິຫານລັດ ແລະ ການສຶກສາ). ສຳລັບລາຍລະອຽດເພີ່ມເຕີມ ສາມາດເບິ່ງໄດ້ໃນຂໍ້ກຳນົດສິດການນຳໃຊ້ (license) ທີ່ມາພ້ອມກັບຊຸດຕິດຕັ້ງ LibreOffice ນີ້.

ເປັນຫຍັງ LibreOffice ຈຶ່ງຟຣີສຳລັບຜູ້ໃຊ້ທຸກຄົນ?
----------------------------------------------------------------------

ທ່ານສາມາດນຳໃຊ້ LibreOffice ໄດ້ໂດຍບໍ່ມີຄ່າໃຊ້ຈ່າຍ ຍ້ອນມີຜູ້ຮ່ວມພັດທະນາອາສາສະໝັກ ແລະ ຜູ້ສະໜັບສະໝູນລະດັບອົງກອນ ທີ່ໄດ້ຮ່ວມກັນອອກແບບ, ພັດທະນາ, ທົດສອບ, ແປພາສາ, ເຮັດເອກະສານປະກອບ, ໃຫ້ການຊ່ວຍເຫຼືອ, ເຮັດການຕະຫຼາດ ແລະ ຊ່ວຍເຫຼືອໃນດ້ານອື່ນໆອີກຫຼາກຫຼາຍ ເພື່ອເຮັດໃຫ້ LibreOffice ກາຍມາເປັນຊອບແວສ້າງວຽກງານ (productivity software) ແບບໂອເພນຊອດ (Open Source) ຊັ້ນນຳຂອງໂລກສຳລັບການນຳໃຊ້ໃນເຮືອນ ແລະ ສຳນັກງານ.

If you appreciate their efforts, and would like to ensure that LibreOffice continues to be available far into the future, please consider contributing to the project - see https://www.libreoffice.org/community/get-involved/ for details. Everyone can make a contribution of some kind.

----------------------------------------------------------------------
ໝາຍເຫດກ່ຽວກັບການຕິດຕັ້ງ
----------------------------------------------------------------------

LibreOffice ຕ້ອງການ Java Runtime Environment (JRE) ເວີຊັນຫຼ້າສຸດເພື່ອໃຫ້ເຮັດວຽກໄດ້ເຕັມປະສິດທິພາບ. JRE ບໍ່ໄດ້ລວມຢູ່ໃນຊຸດຕິດຕັ້ງຂອງ LibreOffice, ທ່ານຕ້ອງຕິດຕັ້ງແຍກຕ່າງຫາກ.

ຂໍ້ກຳນົດຂອງລະບົບ
----------------------------------------------------------------------

ໂດຍທົ່ວໄປແລ້ວ, ແນະນຳໃຫ້ຕິດຕັ້ງ LibreOffice ຜ່ານຊ່ອງທາງທີ່ລະບົບ Linux ຂອງທ່ານແນະນຳ (ເຊັ່ນ: Ubuntu Software Center ສຳລັບ Ubuntu Linux). ເພາະມັນເປັນວິທີທີ່ງ່າຍທີ່ສຸດ ແລະ ຕົວໂປຣແກຣມຈະຖືກເຊື່ອມໂຍງເຂົ້າກັບລະບົບຂອງທ່ານໄດ້ດີທີ່ສຸດ. ນອກຈາກນີ້, LibreOffice ອາດຈະຖືກຕິດຕັ້ງມາພ້ອມກັບລະບົບປະຕິບັດການ Linux ຂອງທ່ານແລ້ວ.

ຕົວຕິດຕັ້ງ LibreOffice ແບບ "ເອກະລາດ" ນີ້ ແມ່ນມີໄວ້ສຳລັບຜູ້ໃຊ້ທີ່ຕ້ອງການທົດລອງໃຊ້ເວີຊັນກ່ອນໜ້າ, ຜູ້ທີ່ມີຄວາມຕ້ອງການພິເສດ ຫຼື ໃນກໍລະນີທີ່ບໍ່ປົກກະຕິ.

* Linux Kernel version 4.18 or higher;
* glibc2 version 2.27 or higher;
* FreeType ເວີຊັນ 2.8.0 ຫຼື ສູງກວ່າ;
* GTK version 3.24 and ATK version 2.36 or higher;
* GNOME, or another compatible desktop environment (such as KDE Plasma, among others).

There is a wide variety of Linux distributions, and there may be different installation options (KDE vs GNOME, etc.) available from the same Linux vendor. Some distributions ship with their own “native” version of LibreOffice, which may have different features from this community-supplied version of LibreOffice. In many cases, you can install the community-supplied LibreOffice alongside a native version. However, you may prefer to remove the “native” version before installing this community-supplied version. For details on how to do that, please consult the user help resources provided by your particular Linux vendor.

ຂໍ້ແນະນຳທີ່ດີທີ່ສຸດແມ່ນໃຫ້ສຳຮອງຂໍ້ມູນ ແລະ ລະບົບຂອງທ່ານກ່ອນທີ່ຈະຖອນ ຫຼື ຕິດຕັ້ງຊອບແວໃດໆ.

ກະລຸນາກວດສອບໃຫ້ແນ່ໃຈວ່າທ່ານມີພື້ນທີ່ຫວ່າງພຽງພໍໃນໂຟນເດີຊົ່ວຄາວ (temporary directory) ຂອງລະບົບ ແລະ ໝັ້ນໃຈວ່າທ່ານມີສິດໃນການ ອ່ານ, ຂຽນ ແລະ ສັ່ງການ. ກະລຸນາປິດໂປຣແກຣມອື່ນໆທັງໝົດກ່ອນເລີ່ມການຕິດຕັ້ງ.

ການຕິດຕັ້ງ LibreOffice ໃນລະບົບ Linux ທີ່ອີງໃສ່ Debian/Ubuntu
----------------------------------------------------------------------

ສຳລັບຂັ້ນຕອນການຕິດຕັ້ງຊຸດພາສາ (ຫຼັງຈາກຕິດຕັ້ງ LibreOffice ເວີຊັນພາສາອັງກິດແລ້ວ), ກະລຸນາອ່ານໃນສ່ວນ "ການຕິດຕັ້ງຊຸດພາສາ" ຢູ່ດ້ານລຸ່ມ.

ເມື່ອທ່ານແຕກໄຟລ໌ທີ່ດາວໂຫຼດມາ, ຂໍ້ມູນຈະຖືກແຍກອອກມາຢູ່ໃນໂຟນເດີຍ່ອຍ. ໃຫ້ເປີດໜ້າຕ່າງຈັດການໄຟລ໌ ແລ້ວເຂົ້າໄປໃນໂຟນເດີທີ່ຂຶ້ນຕົ້ນດ້ວຍ "LibreOffice_" ຕາມດ້ວຍເລກເວີຊັນ ແລະ ຂໍ້ມູນລະບົບ.

ໃນໂຟນເດີນີ້ຈະມີໂຟນເດີຍ່ອຍຊື່ວ່າ "DEBS". ໃຫ້ເຂົ້າໄປໃນໂຟນເດີ "DEBS" ນັ້ນ.

ຄລິກຂວາໃນໂຟນເດີແລ້ວເລືອກ "Open in Terminal". ໜ້າຕ່າງເທີມິນໍ (terminal) ຈະເປີດຂຶ້ນ. ໃຫ້ພິມຄຳສັ່ງຕໍ່ໄປນີ້ (ທ່ານຈະຖືກຖາມໃຫ້ໃສ່ລະຫັດຜ່ານຂອງ root ກ່ອນທີ່ຄຳສັ່ງຈະເຮັດວຽກ):

ຄຳສັ່ງຕໍ່ໄປນີ້ຈະຕິດຕັ້ງ LibreOffice ແລະ ແພັກເກດສຳລັບການເຊື່ອມໂຍງກັບໜ້າຈໍເດັສທັອບ (ທ່ານສາມາດກັອບປີ້ໄປວາງໃນເທີມິນໍໄດ້ເລີຍ):

sudo dpkg -i *.deb

ຂັ້ນຕອນການຕິດຕັ້ງສຳເລັດແລ້ວ, ທ່ານຈະເຫັນໄອຄອນຂອງທຸກແອັບພລິເຄຊັນ LibreOffice ໃນເມນູ Applications/Office ຂອງໜ້າຈໍ.

ການຕິດຕັ້ງ LibreOffice ໃນ Fedora, openSUSE, Mandriva ແລະ ລະບົບ Linux ອື່ນໆທີ່ໃຊ້ແພັກເກດ RPM
----------------------------------------------------------------------

ສຳລັບຂັ້ນຕອນການຕິດຕັ້ງຊຸດພາສາ (ຫຼັງຈາກຕິດຕັ້ງ LibreOffice ເວີຊັນພາສາອັງກິດແລ້ວ), ກະລຸນາອ່ານໃນສ່ວນ "ການຕິດຕັ້ງຊຸດພາສາ" ຢູ່ດ້ານລຸ່ມ.

ເມື່ອທ່ານແຕກໄຟລ໌ທີ່ດາວໂຫຼດມາ, ຂໍ້ມູນຈະຖືກແຍກອອກມາຢູ່ໃນໂຟນເດີຍ່ອຍ. ໃຫ້ເປີດໜ້າຕ່າງຈັດການໄຟລ໌ ແລ້ວເຂົ້າໄປໃນໂຟນເດີທີ່ຂຶ້ນຕົ້ນດ້ວຍ "LibreOffice_" ຕາມດ້ວຍເລກເວີຊັນ ແລະ ຂໍ້ມູນລະບົບ.

ໃນໂຟນເດີນີ້ຈະມີໂຟນເດີຍ່ອຍຊື່ວ່າ "RPMS". ໃຫ້ເຂົ້າໄປໃນໂຟນເດີ "RPMS" ນັ້ນ.

ຄລິກຂວາໃນໂຟນເດີແລ້ວເລືອກ "Open in Terminal". ໜ້າຕ່າງເທີມິນໍ (terminal) ຈະເປີດຂຶ້ນ. ໃຫ້ພິມຄຳສັ່ງຕໍ່ໄປນີ້ (ທ່ານຈະຖືກຖາມໃຫ້ໃສ່ລະຫັດຜ່ານຂອງ root ກ່ອນທີ່ຄຳສັ່ງຈະເຮັດວຽກ):

ສຳລັບລະບົບທີ່ອີງໃສ່ Fedora: sudo dnf install *.rpm

ສຳລັບລະບົບທີ່ອີງໃສ່ Mandriva: sudo urpmi *.rpm

ສຳລັບລະບົບ RPM ອື່ນໆ (openSUSE ແລະ ອື່ນໆ): rpm -Uvh *.rpm

ຂັ້ນຕອນການຕິດຕັ້ງສຳເລັດແລ້ວ, ທ່ານຈະເຫັນໄອຄອນຂອງທຸກແອັບພລິເຄຊັນ LibreOffice ໃນເມນູ Applications/Office ຂອງໜ້າຈໍ.

ອີກທາງເລືອກໜຶ່ງ, ທ່ານສາມາດໃຊ້ສະຄຣິບ 'install' ທີ່ຢູ່ໃນໂຟນເດີຫຼັກຂອງໄຟລ໌ນີ້ເພື່ອຕິດຕັ້ງໃນຖານະຜູ້ໃຊ້ທົ່ວໄປ. ສະຄຣິບຈະຕັ້ງຄ່າໃຫ້ LibreOffice ມີໂປຣໄຟລ໌ແຍກຕ່າງຫາກຈາກເວີຊັນປົກກະຕິ. ໝາຍເຫດ: ວິທີນີ້ຈະບໍ່ຕິດຕັ້ງສ່ວນເຊື່ອມຕໍ່ລະບົບ ເຊັ່ນ ເມນູໃນໜ້າຈໍ ຫຼື ການລົງທະບຽນປະເພດໄຟລ໌ MIME.

ໝາຍເຫດກ່ຽວກັບການເຊື່ອມໂຍງໜ້າຈໍສຳລັບ Linux ຄ່າຍອື່ນໆ ທີ່ບໍ່ໄດ້ລະບຸໄວ້ໃນຂັ້ນຕອນຂ້າງເທິງ
----------------------------------------------------------------------

ການຕິດຕັ້ງ LibreOffice ໃນ Linux ຄ່າຍອື່ນໆທີ່ບໍ່ໄດ້ລະບຸໄວ້ກໍສາມາດເຮັດໄດ້ງ່າຍເຊັ່ນກັນ. ສິ່ງທີ່ອາດຈະແຕກຕ່າງກັນແມ່ນພຽງແຕ່ຂັ້ນຕອນການເຊື່ອມໂຍງກັບໜ້າຈໍເດັສທັອບເທົ່ານັ້ນ.

ໃນໂຟນເດີ RPMS (ຫຼື DEBS) ຍັງມີແພັກເກດຊື່ libreoffice26.2-freedesktop-menus... (ຫຼື ຊື່ທີ່ຄ້າຍຄືກັນ). ນີ້ແມ່ນແພັກເກດສຳລັບ Linux ທຸກຄ່າຍທີ່ຮອງຮັບມາດຕະຖານຂອງ Freedesktop.org (https://en.wikipedia.org/wiki/Freedesktop.org) ເຊິ່ງມີໄວ້ສຳລັບການຕິດຕັ້ງໃນ Linux ຄ່າຍອື່ນໆທີ່ບໍ່ໄດ້ກ່າວມາຂ້າງເທິງ.

ການຕິດຕັ້ງຊຸດພາສາ
----------------------------------------------------------------------

ດາວໂຫຼດຊຸດພາສາທີ່ທ່ານຕ້ອງການ. ທ່ານສາມາດດາວໂຫຼດໄດ້ຈາກບ່ອນດຽວກັນກັບໄຟລ໌ຕິດຕັ້ງຫຼັກ. ໃຫ້ແຕກໄຟລ໌ໄປໄວ້ໃນໂຟນເດີໃດໜຶ່ງ (ເຊັ່ນ: ໜ້າຈໍເດັສທັອບ). ກວດສອບໃຫ້ແນ່ໃຈວ່າທ່ານໄດ້ປິດທຸກແອັບພລິເຄຊັນຂອງ LibreOffice ແລ້ວ (ລວມທັງ QuickStarter ຖ້າເປີດຢູ່).

ເຂົ້າໄປໃນໂຟນເດີທີ່ທ່ານໄດ້ແຕກໄຟລ໌ຊຸດພາສາໄວ້.

ເຂົ້າໄປໃນໂຟນເດີທີ່ຖືກສ້າງຂຶ້ນຫຼັງຈາກແຕກໄຟລ໌. ຕົວຢ່າງ: ສຳລັບຊຸດພາສາຝຣັ່ງຂອງ Debian/Ubuntu 32-bit, ໂຟນເດີຈະມີຊື່ວ່າ LibreOffice_ ຕາມດ້ວຍຂໍ້ມູນເວີຊັນ ແລະ Linux_x86_langpack-deb_fr.

ເຂົ້າໄປໃນໂຟນເດີທີ່ມີແພັກເກດສຳລັບຕິດຕັ້ງ. ໃນລະບົບ Debian/Ubuntu ຈະແມ່ນໂຟນເດີ DEBS, ສ່ວນ Fedora, openSUSE ຫຼື Mandriva ຈະແມ່ນໂຟນເດີ RPMS.

ຄລິກຂວາໃນໂຟນເດີ ແລ້ວເລືອກ "Open in terminal". ໃນໜ້າຕ່າງເທີມິນໍ, ໃຫ້ພິມຄຳສັ່ງເພື່ອຕິດຕັ້ງຊຸດພາສາ (ທ່ານອາດຈະຖືກຖາມໃຫ້ໃສ່ລະຫັດຜ່ານຂອງ root):

ສຳລັບລະບົບ Debian/Ubuntu: sudo dpkg -i *.deb

ສຳລັບລະບົບ Fedora: su -c 'dnf install *.rpm'

ສຳລັບລະບົບ Mandriva: sudo urpmi *.rpm

ສຳລັບລະບົບ RPM ອື່ນໆ (openSUSE ແລະ ອື່ນໆ): rpm -Uvh *.rpm

ເປີດແອັບພລິເຄຊັນຂອງ LibreOffice (ເຊັ່ນ Writer). ໄປທີ່ເມນູ Tools ແລ້ວເລືອກ Options. ໃນໜ້າຕ່າງ Options, ຄລິກທີ່ "Languages and Locales" ແລ້ວຄລິກ "General". ໃນລາຍການ "User interface", ໃຫ້ເລືອກພາສາທີ່ທ່ານຫາຊິຕິດຕັ້ງ. ທ່ານຍັງສາມາດຕັ້ງຄ່າແບບດຽວກັນໃນສ່ວນຂອງ "Locale setting", "Default currency" ແລະ "Default languages for documents" ໄດ້ຖ້າຕ້ອງການ.

ຫຼັງຈາກຕັ້ງຄ່າແລ້ວໃຫ້ຄລິກ OK. ໜ້າຕ່າງຈະປິດລົງ ແລະ ຈະມີຂໍ້ຄວາມແຈ້ງວ່າການປ່ຽນແປງຈະມີຜົນກໍຕໍ່ເມື່ອທ່ານປິດ LibreOffice ແລ້ວເປີດໃໝ່ (ຢ່າລືມປິດ QuickStarter ນຳ ຖ້າມັນເປີດຢູ່).

ເມື່ອທ່ານເປີດ LibreOffice ຄັ້ງຕໍ່ໄປ, ມັນຈະສະແດງເປັນພາສາທີ່ທ່ານຫາຊິຕິດຕັ້ງໃໝ່ນັ້ນ.

----------------------------------------------------------------------
ບັນຫາໃນລະຫວ່າງການເລີ່ມຕົ້ນໂປຣແກຣມ
----------------------------------------------------------------------

ບັນຫາການເລີ່ມຕົ້ນ LibreOffice (ເຊັ່ນ ໂປຣແກຣມຄ້າງ) ຫຼື ບັນຫາການສະແດງຜົນໃນໜ້າຈໍ ມັກຈະມີສາເຫດມາຈາກໄດຣເວີກາດຈໍ. ຫາກເກີດບັນຫາດັ່ງກ່າວ, ກະລຸນາອັບເດດໄດຣເວີກາດຈໍ ຫຼື ລອງໃຊ້ໄດຣເວີທີ່ມາກັບລະບົບປະຕິບັດການຂອງທ່ານ.

----------------------------------------------------------------------
ປຸ່ມລັດ
----------------------------------------------------------------------

ປຸ່ມລັດທີ່ບໍ່ໄດ້ຖືກໃຊ້ໂດຍລະບົບປະຕິບັດການເທົ່ານັ້ນທີ່ສາມາດໃຊ້ໃນ LibreOffice ໄດ້. ຫາກປຸ່ມລັດໃນ LibreOffice ບໍ່ເຮັດວຽກຕາມທີ່ລະບຸໃນຄູ່ມື, ໃຫ້ກວດສອບວ່າມັນຖືກໃຊ້ໂດຍລະບົບປະຕິບັດການແລ້ວຫຼືບໍ່. ທ່ານສາມາດແກ້ໄຂໄດ້ໂດຍການປ່ຽນການຕັ້ງຄ່າປຸ່ມລັດໃນລະບົບປະຕິບັດການ ຫຼື ປ່ຽນການຕັ້ງຄ່າປຸ່ມລັດໃນ LibreOffice. ສຶກສາເພີ່ມເຕີມໄດ້ທີ່ສ່ວນຊ່ວຍເຫຼືອ (Help) ຂອງ LibreOffice ຫຼື ຂອງລະບົບປະຕິບັດການຂອງທ່ານ.

----------------------------------------------------------------------
ການລັອກໄຟລ໌
----------------------------------------------------------------------

ການລັອກໄຟລ໌ຖືກເປີດໃຊ້ເປັນຄ່າເລີ່ມຕົ້ນໃນ LibreOffice. ໃນລະບົບເຄືອຂ່າຍທີ່ໃຊ້ NFS, ຕ້ອງເປີດໃຊ້ງານ locking daemon ສຳລັບ NFS ດ້ວຍ. ຫາກຕ້ອງການປິດການລັອກໄຟລ໌, ໃຫ້ແກ້ໄຂສະຄຣິບ soffice ໂດຍການປ່ຽນແຖວ "export SAL_ENABLE_FILE_LOCKING" ໃຫ້ເປັນ "# export SAL_ENABLE_FILE_LOCKING". ຫາກປິດການລັອກໄຟລ໌, ຜູ້ໃຊ້ອື່ນກໍຈະສາມາດຂຽນຂໍ້ມູນລົງໃນເອກະສານໄດ້ ເຖິງແມ່ນວ່າຈະມີຄົນອື່ນເປີດຢູ່ກໍຕາມ.

----------------------------------------------------------------------
ປະສິດທິພາບການສະແດງຜົນ
----------------------------------------------------------------------

ໂດຍຄ່າເລີ່ມຕົ້ນ, LibreOffice ຈະເນັ້ນຄວາມສວຍງາມຂອງຮູບພາບຫຼາຍກວ່າຄວາມໄວ. ຫາກທ່ານຮູ້ສຶກວ່າການສະແດງຜົນຊ້າ, ການປິດ 'Tools - Options - LibreOffice - View - Use Anti-Aliasing' ອາດຈະຊ່ວຍໄດ້.

----------------------------------------------------------------------
ໝາຍເຫດສຳຄັນກ່ຽວກັບການເຂົ້າເຖິງ
----------------------------------------------------------------------

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຄຸນສົມບັດການເຂົ້າເຖິງໃນ LibreOffice, ເບິ່ງໄດ້ທີ່ https://www.libreoffice.org/accessibility/

----------------------------------------------------------------------
ການຊ່ວຍເຫຼືອຜູ້ໃຊ້
----------------------------------------------------------------------

ທ່ານສາມາດຫາຄວາມຊ່ວຍເຫຼືອໄດ້ທີ່ ໜ້າຊ່ວຍເຫຼືອຫຼັກ. ຄຳຖາມຂອງທ່ານອາດຈະມີຄຳຕອບແລ້ວ - ກວດສອບໄດ້ທີ່ເວັບບອດຊຸມຊົນ https://ask.libreoffice.org/ ຫຼື ຄົ້ນຫາໃນຄັງຂໍ້ມູນຂອງກຸ່ມອີເມລ 'users@libreoffice.org' ໄດ້ທີ່ https://www.libreoffice.org/lists/users/. ນອກຈາກນີ້ ທ່ານຍັງສາມາດສົ່ງຄຳຖາມໄປທີ່ users@libreoffice.org. ຫາກຕ້ອງການສະໝັກເຂົ້າຮ່ວມກຸ່ມ (ເພື່ອຮັບຄຳຕອບທາງອີເມລ), ໃຫ້ສົ່ງອີເມລເປົ່າໄປທີ່: users+subscribe@libreoffice.org.

ນອກຈາກນີ້ ຍັງສາມາດເບິ່ງຄຳຖາມທີ່ພົບເລື້ອຍ (FAQ) ໄດ້ທີ່ ເວັບໄຊ LibreOffice.

----------------------------------------------------------------------
ການແຈ້ງບັກ (Bugs) ແລະ ບັນຫາຕ່າງໆ
----------------------------------------------------------------------

ລະບົບສຳລັບແຈ້ງ ແລະ ຕິດຕາມການແກ້ໄຂບັກຂອງພວກເຮົາຄື Bugzilla ທີ່ https://bugs.documentfoundation.org/. ພວກເຮົາຂໍເຊີນຊວນຜູ້ໃຊ້ທຸກຄົນແຈ້ງບັນຫາທີ່ພົບໃນລະບົບຂອງທ່ານ. ການແຈ້ງບັກຖືເປັນການປະກອບສ່ວນທີ່ສຳຄັນທີ່ສຸດຢ່າງໜຶ່ງທີ່ຜູ້ໃຊ້ສາມາດເຮັດໄດ້ ເພື່ອຊ່ວຍພັດທະນາ ແລະ ປັບປຸງ LibreOffice ໃຫ້ດີຂຶ້ນ.

----------------------------------------------------------------------
ການມີສ່ວນຮ່ວມ
----------------------------------------------------------------------

ຊຸມຊົນ LibreOffice ຈະໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກການມີສ່ວນຮ່ວມຂອງທ່ານໃນການພັດທະນາໂຄງການໂອເພນຊອດນີ້.

ໃນຖານະຜູ້ໃຊ້, ທ່ານຄືສ່ວນໜຶ່ງທີ່ສຳຄັນໃນການພັດທະນາ ແລະ ພວກເຮົາຢາກເຊີນຊວນໃຫ້ທ່ານມີບົດບາດຫຼາຍຂຶ້ນເພື່ອເປັນຜູ້ຮ່ວມພັດທະນາໃນໄລຍະຍາວ. ກະລຸນາເບິ່ງລາຍລະອຽດການມີສ່ວນຮ່ວມໄດ້ທີ່ ເວັບໄຊ LibreOffice.

ວິທີເລີ່ມຕົ້ນ
----------------------------------------------------------------------

ວິທີທີ່ດີທີ່ສຸດໃນການເລີ່ມຕົ້ນຄືການສະໝັກເຂົ້າຮ່ວມກຸ່ມອີເມລ (mailing lists), ຕິດຕາມການສົນທະນາ ແລະ ສຶກສາຂໍ້ມູນເກົ່າໆເພື່ອເຮັດຄວາມຄຸ້ນເຄີຍກັບຫົວຂໍ້ຕ່າງໆ. ເມື່ອທ່ານພ້ອມແລ້ວ ກໍພຽງແຕ່ສົ່ງອີເມລແນະນຳຕົວ ແລະ ເລີ່ມລົງມືໄດ້ເລີຍ. ຫາກທ່ານຄຸ້ນເຄີຍກັບໂຄງການໂອເພນຊອດຢູ່ແລ້ວ, ສາມາດເບິ່ງລາຍການວຽກທີ່ຕ້ອງເຮັດ (To-Dos) ໄດ້ທີ່ ເວັບໄຊ LibreOffice.

Subscribe
----------------------------------------------------------------------

ນີ້ຄືຕົວຢ່າງກຸ່ມອີເມລທີ່ທ່ານສາມາດສະໝັກໄດ້ທີ່ https://www.libreoffice.org/get-help/mailing-lists/

* ຂ່າວສານ: announce@documentfoundation.org *ແນະນຳສຳລັບຜູ້ໃຊ້ທຸກຄົນ* (ມີການເຄື່ອນໄຫວໜ້ອຍ)
* ກຸ່ມຜູ້ໃຊ້ຫຼັກ: users@global.libreoffice.org *ຊ່ອງທາງສຶກສາການສົນທະນາ* (ມີການເຄື່ອນໄຫວຫຼາຍ)
* ໂຄງການການຕະຫຼາດ: marketing@global.libreoffice.org *ນອກເໜືອຈາກການພັດທະນາ* (ມີການເຄື່ອນໄຫວຫຼາຍຂຶ້ນ)
* ກຸ່ມນັກພັດທະນາທົ່ວໄປ: libreoffice@lists.freedesktop.org (ມີການເຄື່ອນໄຫວຫຼາຍ)

ການເຂົ້າຮ່ວມໃນໂຄງການຕ່າງໆ
----------------------------------------------------------------------

ທ່ານສາມາດປະກອບສ່ວນທີ່ສຳຄັນໃຫ້ກັບໂຄງການໂອເພນຊອດນີ້ໄດ້ ເຖິງແມ່ນວ່າຈະບໍ່ມີປະສົບການດ້ານການອອກແບບຊອບແວ ຫຼື ການຂຽນໂຄ້ດກໍຕາມ. ແມ່ນແລ້ວ, ທ່ານກໍເຮັດໄດ້!

ພວກເຮົາຫວັງວ່າທ່ານຈະມີຄວາມສຸກໃນການໃຊ້ງານ LibreOffice 26.2 ໃໝ່ ແລະ ເຂົ້າຮ່ວມກັບພວກເຮົາທາງອອນໄລນ໌.

ຊຸມຊົນ LibreOffice

----------------------------------------------------------------------
ລະຫັດຕົ້ນສະບັບ (Source Code) ທີ່ໃຊ້ ຫຼື ຖືກປັບແຕ່ງ
----------------------------------------------------------------------

ລິຂະສິດບາງສ່ວນ 1998, 1999 James Clark. ລິຂະສິດບາງສ່ວນ 1996, 1998 Netscape Communications Corporation.